ປະຫວັດຄວາມເປັນມາຂອງບຸນປີໃໝ່ລາວ
ປະຫວັດນາງສັງຂານເທບພະທິດາທັງ7
ຄວາມເປັນມາຂອງນາງສັງຂານ (ບຸນປີໃໝ່ລາວ) ໃນອະຕິຕາກາເລນານມາແລ້ວ... ໃນສະໄໝນັ້ນມີເຈົ້າຜູ້ຄອງເມືອງສະຫວັນອົງໜື່ງ ຊື່ ພະຍາກະບິນລະພຣົມ ເປັນຄົນມີພູມປັນຍາສະຫຼາດອາດຫານເກັ່ງກ້າສາມາດບໍ່ມີຜູ້ໃດມາທຽມໄດ້ເປັນເທບແຫ່ງສວງສະຫວັນວິມານຊັ້ນຟ້າ (ຊັ້ນພຣົມ), ຢູ່ມາວັນໜື່ງບັນດາເສນາອາມາດໄດ້ຮູ້ຂ່າວວ່າມີຊາຍໜຸ່ມຄົນໜື່ງໃນໂລກມະນຸດສະຫຼາດຫຼັກແຫຼມເປັນນັກປຣາດບັນດີດຈື່ງເຊີນເຂົ້າມາໃນເມືອງສະຫວັນເພື່ອປະລອງປັນຍາດ້ວຍເຫດເລົ່າກັນມາມີດັ່ງນີ້: ພະຍາກະບິນລະພຣົມ ຈື່ງໄດ້ທ້າສະໝອງລອງປັນຍາ ກັບທ່ານນັກປຣາດຜູ້ຮຽນຈົບໄຕເພດ (ຄວາມຮູ້ຂັ້ນສູງສາມຢ່າງ ໄດ້ແກ່ 1. ໂຫລາສາດ-ດາຣາສາດ, 2. ຄະຣູສາດ ແລະ 3. ພາສາສາດ) ເຊິ່ງມີຊື່ສຽງຮຽງນາມເປັນທີ່ຮູ້ຈັກກັນດີຄື ທ້າວທຳມະບານກຸມມານ, ເປັນບຸດຊາຍເສດຖີຄົນໜື່ງໃນໂລກມະນຸດ ທ້າວໄດ້ສຶກສາຮ່ຳຮຽນຈົບວິຊາໄຕຣເພດ ເປັນນັກປຣາດສະຫຼາດ ຜູ້ມີປັນຍາຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກທຸກຊະນິດ. ເມື່ອມີຄົນມາຖາມປັນຫາໃດ ບໍ່ວ່າຄະຕິໂລກ ຫຼື ຄະຕິທຳ, ສະຫວັນ-ໂລກມະນຸດ, ນະຮົກ ທຳມະບານກຸມມານ ຄົນນີ້ເຂົາສາມາດແກ້ໄດ້ໝົດທຸກບັນຫາ, ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫຼມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາຊື່ສຽງດັງກ້ອງໄປຮອດ ພະຍາກາບິນລະພຣົມຢູ່ສວງສະຫວັນ, ຕອນນັ້ນມີເທບອົງໜື່ງເຊີ່ງເປັນເຈົ້າແຫ່ງພຣົມ ແລະ ເທວະດາທັງຫຼາຍຊື່ວ່າ: ພະຍາກະບິນລະພຣົມ, ເມື່ອຊາບຊື່ສຽງດັ່ງກ່າວຈຶ່ງຢາກທົດສອບລອງພູມຄວາມຮູ້ຂອງທຳມະບານກຸມມານລອງເບີ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ທ່າມກາງຝູງໝູ່ນັກປຣາດມະຫາບັນດີດເສນາອາມາດທັງຫຼາຍ. ພະຍາກະບິນລະພຣົມ ໄດ້ຖາມຄຳຖາມ ກັບ ທຳມະບານກຸມມານ 3 ຂໍ້ຄື: ສິຣິ (ຣາສີ) ຂອງຄົນເຮົາຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ.(ສິລິ ຫຼື ຣາສີ ແມ່ນຈຸດສຳຄັນຂອງຮ່າງກາຍເປັນຄວາມພິເສດຂອງມະນຸດທີ່ຈະຂາດບໍ່ໄດ້ ຫຼືແປວ່າ ຣາສີປະຈຳຍາມ, ປະຈຳວັນ) ພະຍາກະບິນລະພຣົມບໍ່ທັນໃຫ້ທຳມະບານກຸມມານ ຕອບທັນທີແຕ່ພັດວ່າ ອີກ 7 ວັນ ຕົນຈະເຫາະລົງມາຟັງຄຳຕອບໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ ທຳມະບານຈະຖືກຕັດຄໍ ແລະ ໃນທາງກົງກັນຂ້າມຖ້າຕອບໄດ້ຕົນເອງກໍ່ຈະຍອມໃຫ້ຕັດຄໍເຊັ່ນດຽວກັນ.
ດັ່ງນັ້ນ, ຕາມການຕົກລົງນີ້ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະຍາກາບິນລະພຣົມ ກັບ ທ້າວທຳມະບານກຸມມານຈະຕ້ອງມີຜູ້ໜຶ່ງຖຶກຕັດຄໍທ່ຽງແທ້, ຫຼັງຈາກພະຍາກະບິນລະພຣົມບິນກັບສະຫວັນ ກັບໄປແລ້ວທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບແຕ່ກໍ່ຊອກບໍ່ເຫັນ, ບໍ່ມີຄຳພີດີກາເຫຼັ້ມໃດເລີຍທີ່ກ່າວເຖິງຄຳວ່າສິຣິຂອງຄົນ, ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງເຫຼືອແຕ່ໜັງຫຸ້ມດູກ. ເມື່ອຮູ້ໂຕວ່າຈະຕ້ອງຖຶກຕັດຄໍແນ່ນອນແລ້ວ ທຳມະບານກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ: ເຮົາເປັນຄົນລະດັບນັກປຣາດມີຊື່ສຽງດັງກັງວານກ້ອງໂລກ ຜູ້ໜຶ່ງຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ແໜງສູ້ໄປຕາຍເອງດີກວ່າ. ຂະນະນັ້ນເປັນເວລາຄ່ຳມືດແລ້ວທຳມະບານກຸມມານພາຮ່າງກາຍອັນຈ່ອຍຜອມຍ່າງໂຊ ຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າລັກໜີ້ເຂົ້າປ່າໃຫຍ່ໄພສານ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງໃນກາງປ່າດົງ ໂດຍຄິດວ່າຄວາມອິດເມື່ອຍ ແລະຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້, ແຕ່ຟ້າໄດ້ເປັນໃຈທຳມະບານກຸມມານຢູ່ເທິງຕົ້ນຕານນັ້ນມີແຮ້ງສອງຜົວເມຍອາໄສເຮັດຮັງຢູ່ຍອດຕານ ຕົກຕອນເດິກຄ່ຳສະຫງັດກາງຄືນນັ້ນ ແຮ້ງສອງຜົວເມຍໄດ້ລົມກັນກ່ຽວກັບແຜນການຈະໄປກິນອາຫານ ໃນມື້ອື່ນໂດຍເມຍຖາມຜົວວ່າ: ມື້ອື່ນຈະໄປຫາກິນທາງໃດ?
ຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດອກ ! ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ. ເມຍ: ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາກິນບໍ? ຫຼື ວ່າຕີເອິກເສືອເພື່ອ ໃຫ້ກາກິນຊັ້ນເບາະ? ຜົວຕອບວ່າ: ກະພະຍາກະບິນລະພົມ ເພີ່ນສິເຫາະບີນລົງມາຕັດຄໍທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນມັນຊັ້ນຕົວະ, ເມຍຈື່ງຖາມຕໍ່ວ່າ: ສິໄປຕັດຄໍເຂົາເຮັດຫຍັງ? ເຈົ້າເຮັດຫຍັງຜິດ ? ຜົວຕອບ: ກະຕັດລະບໍແນວວ່າທຳມະບານກຸມມານຕອບບັນຫາເພີ່ນບໍ່ໄດ້, ເມຍ: ໂອ້.. ເພີ່ນຖາມວ່າແນວໃດ? ຍາກແທ້ຫວ໋ະ? ຂັ້ນນັກປຣາດຄືທຳມະບານກຸມມານກໍ່ຍັງຕອບບໍ່ໄດ້ຊັ້ນຫວ໋ະ? ຜົວ: ມັນຊິຍາກຫຍັງ! ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມ ວ່າ ສິລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ?
ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ? ຜົວ: ເປັນຫຍັງຊິບໍ່ຮູ້ ງ່າຍຊິຕາຍ ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ, ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ
ເມຍແຮ້ງບໍ່ຍອມ: ບໍ່ໆ ! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ ຜົວ: ເວົ້າກະເວົ້າ! ຄືວ່າ:
+ ຕອນເຊົ້າ ສິລິ ຂອງຄົນຢູ່ໜ້າ ສະນັ້ນຕື່ນເຊົ້າມາເຂົາເຈົ້າມັກພາກັນສ່ວຍໜ້າລ້າງຕາ.
+ ຕອນສວາຍຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົານ້ຳລູບໜ້າເອິກ ຫລື ລ້າງສ່ວຍຕົນໂຕເລົາຄີງ.
+ ຕອນແລງ ສິລິ ແມ່ນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງຕີນໃຫ້ສະອາດກ່ອນຈຶ່ງເຂົ້ານອນ.
ດັ່ງໄດ້ກ່າວໃນຕອນຕົ້ນແລ້ວວ່າ ທຳມະບານກຸມມານຮູ້ພາສານົກດັ່ງນັ້ນຄຳສົນທະນາຂອງ ແຮ້ງສອງຜົວເມຍຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ, ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປາສາດຕົນ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້, ເຊົ້າມື້ຕໍ່ມາຊຶ່ງເປັນມື້ຖ້ວນເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພຣົມມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດໄດ້ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດເພື່ອບໍ່ໃຫ້ເສັຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້ແຕ່ຍ້ອນພະຍາກະບິນລະພຣົມມີລິດເດດເກັ່ງກ້າເໝືອກວ່າເທວະດາ ແລະມະນຸດຄົນທັງຫຼາຍພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍ ໃຫ້ຫົວ ແລະເລືອດຂອງພະຍາກະບິນລະພຣົມຕົກລົງດີນມັນຈະເປັນໄຟມະໄລກັນໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະໝຸດເຫືອດແຫ້ງເກີດໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດ ໃຫ້ຫຼຸດພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຖຶກຕັດຄໍ ພະຍາກະບິນລະພຣົມ ຈຶ່ງເອີ້ນເອົາພະທິດາລູກສາວທັງ 7 ນາງ ມາພົບເປັນການດ່ວນ.
ລູກສາວທັງ 7 ນາງແມ່ນແທນໃຫ້ 7 ວັນ ໃນວັນໜຶ່ງອາທິດຊຶ່ງລູກສາວທັງ 7 ຈະມີພາຫະນະປະຈຳຕົວຂອງແຕ່ລະອົງຄື:
1- ພະນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ
2- ພະນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
3- ພະນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ໝູ
4- ພະນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ)
5- ພະນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ
6-ພະນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ
7- ພະນາງ ມະໂຫທອນເທວີ ວັນເສົາ ພາຫະນະ ຂີ່ນົກຍຸງ
ເມື່ອທັງ 7 ພະນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖຶກຕັດຄໍໃຫ້ພວກລູກເອົາພາພານທອງຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນພູເຂົາໄກລາດ, ເມື່ອເຖິງເດືອນຫ້າ ລະດູຟ້າລ່ວງ ຫຼື ກຸດສົງການປີໃດ ຖ້າສັງຂານລ່ວງຖຶກວັນໃດໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນໄປແຫ່ເອົາຫົວພໍ່ອອກມາຈາກຖໍ້າເພື່ອຫົດສົງ, ສ່ວຍລ້າງດ້ວຍ ນ້ຳອົບນ້ຳຫອມໃຫ້ສະອາດແລ້ວຈິ່ງເອົາໄປໄວ້ບ່ອນເກົ່າ, ຍ້ອນແນວນັ້ນເອງ ເມື່ອຮອດຍາມກຸດສົງການປີໃໝ່ແຕ່ລະປີປະຊາຊົນຊາວພວກເຮົາຈິ່ງເອົານ້ຳອົບ, ນ້ຳຫອມ ຫຼື ນ້ຳດອກໄມ້ໄປຫົດສົງພະພຸດທະຮູບ, ຫົດສົງພໍ່ແມ່ເຖົ້າແກ່, ຄູບາ-ອາຈານ ແລະ ຍາດພີ່ນ້ອງເພື່ອນຝູງ ເພື່ອຄວາມເປັນສິລິມົງຄົນສືບຕໍ່ກັນມາຈົນເຖິງປັດຈຸບັນ.ລູກສາວຂອງພະຍາກະບິນລະພົມ 7 ຄົນ, ແມ່ນ 7 ວັນ ໃນອາທິດແຕ່ລະຄົນຂີ່ສັດຂອງຕົນເອງລົງມາ ແມ່ນຜູ້ລູກສາວທີ່ງາມກວ່າໝູ່, ເກັ່ງກວ່າໝູ່. ສະນັ້ນ, ແຕ່ລະປີຢູ່ເມືອງຫຼວງພະບາງ ແລະວຽງຈັນ ລວມເຖີງບາງແຂວງໃນທົ່ວປະເທດ ຈິ່ງໄດ້ຈັດພິທີຄັດເລືອກປະກວດນາງສາວຜູ້ງາມ, ຜູ້ດີເພື່ອເປັນຕົວແທນລູກສາວຂອງພະຍາກະບິນລະພຣົມ ເອີ້ນວ່າ ນາງສັງຂານ
ປີໃຫມ່ລາວປີນີ້ ພສ 2565/ຄ.ສ 2023 ແມ່ນກົງກັບວັນສຸກ ທີ 14/04/2023. ດັ່ງນັ້ນ, ນາງສັງຂານທີ່ຈະເປັນຕົວແທນທີ່ໄປຫົດສົງຫົວພະຍາກະບິນລະພຣົມ ຊື່ວ່າ ພະນາງ ກິມີທາເທວີ ພາຫະນະສະເດັດປະທັບເທີງຫຼັງ ຄວາຍ
ວັນສັງຂານລ່ວງ: ວັນ ສຸກ ແຮມ 9 ຄໍ່າ, ເດືອນ5, ພ.ສ 2565, ເຕົ່າຍີ່-ສຽວປາວ, ກົງກັບວັນທີ 14 ເມສາ 2023
ວັນສັງຂານເນົາ: ວັນ ເສົາ ແຮມ 10 ຄໍ່າ, ເດືອນ5, ພ.ສ 2565, ກາເໝົ້າ-ເກົ້າກອງ, ກົງກັບວັນທີ່ 15 ເມສາ 2023.
ວັນສັງຂານຂື້ນປີໃໝ່ລາວ: ວັນ ອາທິດ ແຮມ 11 ຄໍ່າ, ເດືອນ5, ພ.ສ 2565, ກາບສີ-ຮອງຟືນ, ກົງກັບວັນທີ່ 16 ເມສາ 2023. (ບາງຕຳລາຈະປ່ຽນ ພ.ສ 2565 ເປັນ ພ.ສ 2566 ແຕ່ທາງພຣະພຸດທະສາສະໜາຍັງບໍ່ທັນປ່ຽນ ເປັນ ພ.ສ 2565 ຄືເກົ່າ)
#ສະບາຍດີປີໃຫມ່ລາວ #ໂຊກດີມີໄຊໄດ້ດີຕະຫລອດປີ
#ປະຫວັດບຸນປີໃໝ່ #ປະຫວັດບຸນກຸດສົງການ #ນາງສັງຂານ #ບຸນປີໃໝ່ #ປະຫວັດສາດ #ບຸນເດືອນຫ້າ
2023年04月07日
正月の美女コンテスト
【このカテゴリーの最新記事】
この記事へのコメント
コメントを書く
この記事へのトラックバックURL
https://fanblogs.jp/tb/11933442
※ブログオーナーが承認したトラックバックのみ表示されます。
この記事へのトラックバック